top of page
PROTEIN
ໂປຣຕີນເປັນສານອາຫານທີ່ຈຳເປັນຕໍ່ການສ້າງກ້າມເນື້ອ, ຫລຸດໄຂມັນ, ຫລຸດນ້ຳໜັກ ແລະ ຊ່ວຍໃນການເຮັດວຽກຂອງລະບົບຕ່າງໆ. ໂດຍສະເພາະລະບົບຮໍໂມນ ແລະ ລະບົບmetabolism, ສະນັ້ນທາດໂປຣຕີນແມ່ນບໍ່ພຽງແຕ່ສໍາລັບນັກເພາະກາຍເທົ່ານັ້ນ, ແຕ່ຖ້າເຮົາຢາກມີຫຸ່ນໃນຄວາມຝັນ, ຢາກມີສູຂະພາບທີ່ດີ ພວກເຮົາຈໍາເປັນຕ້ອງກິນອາຫານທາດໂປຣຕີນໃນປະລິມານທີ່ເຫມາະສົມເພື່ອຕອບສະຫນອງຄວາມຕ້ອງການຂອງພວກເຮົາ.
MASS GAINER
ຊ່ວຍເພີ່ມທາດໂປຣຕີນ, ຄາໂບໄຮເດຣດ ແລະ ແຄລໍຣີປະຈໍາວັນຂອງທ່ານໃຫ້ເຖິງເກນສຳລັບການເພີ່ມນໍ້າຫນັກ ແລະ ເສີມສ້າງມວນກ້າມເນື້ອ. ເຫມາະສຳລັບຜູ້ທີ່ມີເປົ້າຫມາຍຢາກເພີ່ມນໍ້າຫນັກ.
CREATINE
ສານປະກອບທຳມະຊາດທີ່ຊ່ວຍເພີ່ມຄວາມແຂງແຮງ, ສົ່ງເສີມມວນກ້າມເນື້ອ ແລະ ເຮັດ ໜ້າທີ່ເປັນໂຕຊ່ວຍໃຫ້ກ້າມເນື້ອຟື້ນຕົວຫຼັງຈາກການອອກກໍາລັງກາຍທຸກຄັ້ງ.
BCAA
BCAAs (Branched-Chain Amino Acids) ແລະ Amino Acids ເປັນກົດອະມິໂນທີ່ຈຳເປັນ ທີ່ຮ່າງກາຍບໍ່ສາມາດສ້າງຂຶ້ນເອງໄດ້. ຊ່ວຍເພີ່ມປະສິດທິພາບທາງດ້ານກິລາ, ຊ່ວຍກະຕຸ້ນການສ້າງໂປຣຕີນໃນກ້າມເນື້ອ, ລົດອາການເຈັບປວດຂອງກ້າມເນື້ອ, ປ້ອງກັນອາການກ້າມເນື້ອສະຫລາຍ ແລະ ຟື້ນຟູກ້າມເນື້ອຫລັງຈາກການອອກກຳລັງກາຍ.
bottom of page